
ສຸດຍອດພະລັງແຫ່ງການຊັກ
ລະບົບຊັກແຊກຊຶມລົງເລິກ 4 ລະດັບ
ຊອກຊອນລົງເລິກເຖິງຂັ້ນໃນສຸດຂອງເສັ້ນໃຍຜ້າ ເພື່ອກຳຈັດສິ່ງແປກປອມຝັງແໜ້ນໄດ້ຢ່າງຊົງປະສິດທິພາບ ດ້ວຍການຄວບຄຸມລະດັບນ້ຳສຳຫຼັບການລະລາຍແຟັບ ທີ່ເໝາະສົມໃນ 4 ຂັ້ນຕອນ ເພີ່ມປະສິດທິພາບໃນການທຳຄວາມສະອາດໃຫ້ເຖິງຂີດສຸດ

Auto Self Clean - ລະບົບທຳຄວາມສະອາດຖັງຊັກອັດຕະໂນມັດ
ບະບົບການທຳຄວາມສະອາດຖັງຊັກອັດຕະໂນມັດ ທຸກຄັ້ງທີ່ທ່ານຊັກຜ້າ ເຮັດໃຫ້ຖັງຊັກສະອາດຢູ່ສະເໝີ ປົກປ້ອງຜ້າໃຫ້ສະອາດໝົດຈົດ ເພື່ອສຸຂະອະນາໄມທີ່ດີກວ່າຂອງທ່ານ ແລະຄອບຄົວ ໄດ້ຮັບການຮັບຮອງຈາກສະຖາບັນ ໂລກພູມແພ້ແຫ່ງປະເທດອັງກິດ (Allergy UK) ກຳຈັດແລະຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອລາ ແລະແບັກທີເຣຍໄດ້ເຖິງ 99% ສາຍນ້ຳໄຫລລົງມາທຳຄວາມສະອາດທັງດ້ານໃນ ແລະດ້ານນອກຂອງຖັງຊັກ ໃນຂະນະທີ່ຖັງຊັກໝຸນດ້ວຍຄວາມໄວສູງ ສາຍນ້ຳກໍຈະຊອກຊອນໄປຍັງສ່ວນຕ່າງໆເຮັດໃຫ້ສິ່ງເປິເປື້ອນທີ່ເກາະຢູ່ຫຼຸດອອກໄປ ເຮັດໃຫ້ຖັງຊັກຂອງທ່ານສະອາດຢູ່ສະເໝີ
60°C ໂປຣແກຣມກຳຈັດແບັກທີເຣຍ (ປ້ອງກັນພູມແພ້) ຊັກດ້ວຍນ້ຳຮ້ອນ
ຊັກສະອາດດ້ວຍນ້ຳຮ້ອນ ແລະໄອນ້ຳຕົວເຮັດຄວາມຮ້ອນທີ່ຕິດຕັ້ງພາຍໃນເຄື່ອງ ຈະເພີ່ມອຸນຫະພູມນ້ຳຈົນເຖິງ 40°C ຫຼື 60°C ຈົນກາຍເປັນໄອນ້ຳ ຄວາມຮ້ອນສູງ ທຳຄວາມສະອາດ ເສື້ອຜ້າຂອງທ່ານໃຫ້ຂາຍສະອາດຄືໃໝ່ ຢູ່ຕະຫຼອດເວລາ
ທົດສອບໂດຍສູນວິໄຈເພື່ອວິທະຍາສາດສິ່ງແວດລ້ອມຄິຕະຊາໂຕະ ປະເທດຍີ່ປຸ່ນ
ເອກະສານທົດສອບໝາຍເລກ 2018_0148
ໂປຣແກຣມກຳຈັດກິ່ນອັບ ຊັກດ້ວຍນ້ຳຮ້ອນ
ດ້ວຍໄອນ້ຳຄວາມຮ້ອນສູງ ສາມາດກຳຈັດກິ່ນບໍ່ພຶງປະສົງໄດ້ ເຊັ່ນ ກິ່ນຢາສູບ ທີ່ຕິດເທິງເສື້ອຜ້າ ໄດ້ຢ່າງດີ
*ທົດສອບໂດຍ HITACHI

ໂປຣແກຣມກຳຈັດຄາບໜັກ
ຊັກຜ້າເປິເປື້ອນຫຼາຍ ແລະຜ້າທົ່ວໄປ ໄດ້ພ້ອມກັນໃນຄັ້ງດຽວ
ບອກລາການຊັກມືຄາບເປິເປິເປື້ອນທີ່ຝັງເລິກ
ພຽງເລືອກໂປຣແກຣມກຳຈັດຄາບໜັກ ຟັງຊັ່ນເອກະສິດຈາກ ຮິຕາຊິ ຊ່ວຍໃຫ້ທ່ານຊັກຜ້າທີ່ເປິເປື້ອນໄດ້ຫຼາຍເປັນພິເສດກ່ອນ ຈາກນັ້ນເມື່ອສຽງສັນຍານດັງຂຶ້ນ ທ່ານສາມາດເພີ່ມຜ້າແລະປ່ອຍໃຫ້ເຄື່ອງເຮັດວຽກຈົນແລ້ວພາຍໃນການຊັກພຽງຄັ້ງດຽວ
ລະບົບຄື້ນນຳຊົງພະລັງ 2 ທິດທາງ: ຜ້າສະອາດໝົດຈົດຍິ່ງຂຶ້ນດ້ວຍລະບົບຄື້ນນ້ຳຊົງພະລັງ 2 ທິດທາງ ຊ່ວຍດັນຜ້າໄປມາທັງໃນແນວຕັ້ງແລະແນວນອນ ເພື່ອການຊັກທີ່ທົ່ວເຖິງແບບຮອບທິດທາງ

ແຜງຄວບຄຸມຮູບແບບໃໝ່
ໃຊ້ງານງ່າຍພຽງປາຍນິ້ວສຳຜັດ ຕາມໂປຣແກຣມຫຼືຮູບແບບການຊັກໂດຍສະເພາະ
ປຸ່ມໂປຣແກຣມສະເພາະຮູບແບບການຊັກຜ້າ ເຮັດໃຫ້ທ່ານເລືອກໂປຣແກຣມການໃຊ້ງານໄດ້ງ່າຍຂຶ້ນພຽງສຳຜັດແຕ່ຄັ້ງດຽວ
ຝາເປີດ - ປິດ ໃຊ້ງານງ່າຍສະດວກ
ຝາແກ້ວນິລະໄພ ອອກແບບລຽບຫຼູ: ຜະລິດຈາກແກ້ວນິລະໄພແລະວັດສະດຸຄຸນນະພາບສູງ ພ້ອມລະບົບສະປິງແລະໂຊ້ກ ເພື່ອການເປີດ - ປິດ ທີ່ນຸ່ມນວນແລະປອດໄພ
ການອອກແບບທີ່ທັນສະໄໝ: ອອກແບບເຄື່ອງທັນສະໄໝ ອອກແບບສຳຫຼັບການໃຊ້ງານທີ່ສະດວກສະບາຍ ເຮັດໃຫ້ທ່ານສາມາດໃສ່ຜ້າຫຼືຢິບຜ້າໄດ້ຢ່າງບໍ່ຫຍຸ້ງຍາກ
ລະບົບຄາຍຜ້າຫລັງປັ່ນໝາກ
ເມື່ອສິ້ນສຸດການປັ່ນໝາກ ໃບພັດຈະເຮັດໃຫ້ການໝຸນຊ້ຳໄປຊ້ຳມາທັງຊ້າຍແລະຂວາ ເພື່ອໃຫ້ຜ້າຄາຍຕົວອອກຈາກກັນ ຊ່ວຍໃຫ້ຜ້າພັນກັນໜ້ອຍລົງ ຫຼຸດຮອຍຍັບ ເຮັດໃຫ້ທ່ານຢິບຜ້າອອກຈາກຖັງຊັກໄດ້ງ່າຍຂຶ້ນ ຟັງຊັ່ນນີ້ເປັນເອກະສິດສະເພາະຈາກຮິຕາຊິເທົ່ານັ້ນ
ລະລາຍແຟັບໄດ້ຢ່າງງ່າຍດາຍ
ດ້ວຍແກນໝຸນຊ່ວຍຕີແຟັບໃຫ້ລະລາຍນ້ຳຢ່າງທົ່ວເຖິງ ແລະປ່ຽນໃຫ້ເປັນນ້ຳແຟັບ ໄດ້ເຂັ້ມຂຸ້ນແລະຊົງພະລັງ
ເຊັນເຊີອັດສະລິຍະ 3 ຂັ້ນຕອນ
ລະບົບກວດຈັບວັດນ້ຳໜັກແລະຊະນິດຂອງຜ້າໃນ 3 ຂັ້ນຕອນ ເພື່ອເລືອກຮູບແບບການຊັກທີ່ເໝາະສົມ ແລະມີປະສິດທິພາບສູງສຸດ ປະຢັດພະລັງງານ
ຂັ້ນຕອນທີ 1: ກວດສອບນ້ຳໝັກຜ້າ ແລະຄຳນວນປະລິມານນ້ຳ
ຂັ້ນຕອນທີ 2: ຄຳນວນຜ້າອີກເທື່ອໜຶ່ງ ເພື່ອຮູ້ນ້ຳໜັກທີ່ແທ້ຈິງ
ຂັ້ນຕອນທີ 3: ກວດສອບປະເພດຂອງຜ້າ
ຍີ່ຫໍ້ |
HITACHI |
ລຸ້ນ |
SF150ZCV SL |
ຮັບປະກັນອະໄຫຼ່ທົ່ວໄປ |
1 |
ປະຢັດໄຟເບີ 5 |
ມີ |
ຂະໜາດ (Kg) |
15 |
ເລິກ D (cm) |
68.4 |
ກຳລັງໄຟ (W) |
220 |
ລະບົບປະຕິບັດການ |
TOPLOAD |
ກວ້າງ W (cm) |
640 |
ສູງ H (cm) |
108.7 |
ກຳລັງໄຟ (V) |
220 |
ຮອບປັ່ນ / ນາທີ |
730 |
ສີ |
SILVER |