
ໃຫ້ທຸກໆມື້ຂອງທ່ານ ເປັນມື້ທີ່ມີຊີວິດຊີວາ ແລະທັນສະໄໝ ດ້ວຍໂທລະທັດອັດສະລິຍະ ທີ່ສະດວກສະບາຍໃຊ້ງານງ່າຍ ດ້ວຍ Smart TV Powered by TIZEN ພ້ອມໃຫ້ຄວາມບັນເທີງຂອງທ່ານເຕັມໄປດ້ວຍຄວາມສະດວກ ມາພ້ອມກັບອັດທະລົດເພື່ອການຮັບຊົມ ດ້ວຍ PurColor ໃຫ້ສີທີ່ສວຍສົດງົດງາມ ເປັນທຳມະຊາດ ເບິ່ງໜັງໄດ້ແບບສະບາຍຕາ ພ້ອມໃຫ້ຫຼາຍກວ່າຄວາມບັນເທີງດ້ວຍ PC on TV ເຮັດວຽກຢູ່ບ້ານແລະ ຮຽນຜ່ານໂທລະທັດ ເປີດປະສົບການ 4K.

ສີທີ່ປັບໄວ້ຢ່າງລົງຕົວ ເພື່ອພາບທີ່ສົມຈິງ ເບິ່ງມີຊີວິດຊີວາ
PurColor ເຮັດໃຫ້ການເບິ່ງໜັງຂອງທ່ານ ຄ້າຍກັບວ່າຢູ່ໃນເຫດການແທ້ ເຊິ່ງຄຸນສົມບັດນີ້ຊ່ວຍໃຫ້ໂທລະທັດສາມາດສ້າງສີຫຼາຍເພື່ອໃຫ້ໄດ້ພາບທີ່ເໝາະສົມແລະປະສົບການຮັບຊົມທີ່ສົມຈິງ

ສຳຜັດກັບສີອັນສົມຈິງໄດ້ໃນລະດັບ 4K ອັນຊົງພະລັງ
Crystal Processor 4K ການເພີ່ມຂະໜາດ 4K ອັນຊົງພະລັງຊ່ວຍຮັບປະກັນວ່າທ່ານຈະໄດ້ຮັບຊົມຄອນເທ້ນທີ່ທ່ານມັກ ດ້ວຍຄວາມລະອຽດທີ່ຫຼາຍເຖິງ 4K ຍິ່ງໄປກວ່ານັ້ນ ທ່ານຈະໄດ້ຮັບຊົມສີທີ່ສົມຈິງ ຍິ່ງກວ່າເກົ່າ ດ້ວຍເທັກໂນໂລຢີການສ້າງໂທນສີທີ່ຊັບຊ້ອນອີກດ້ວຍ

ພາບສະຖຽນຄົມຊັດ
Motion Xcelerator ກຽມສຳຜັດພາບທີ່ຄົມຊັດ ແລະສົມດຸນຂອງພາບ ເນື່ອງຈາກໂທລະທັດສາມາດປະມານຄ່າແລະຊົດເຊີຍເຟຣມສຳຫຼັບແຫຼ່ງຄອນເທັ້ນຕ່າງໆ ໄດ້ໂດຍອັດຕະໂນມັດ

ສົມຈິງໄປກັບຄວາມລະອຽດ 4K UHD
ໂທລະທັດ 4K UHD ໃຫ້ລະດັບຄວາມຄົມຊັດທີ່ເໜືອກວ່າ FHD ທົ່ວໆໄປ ດ້ວຍຈຳນວນພິກເຊວທີ່ຫຼາຍກວ່າເຖິງ 4 ເທົ່າ ເພື່ອພາບທີ່ຄົມຊັດອັນຄູ່ຄວນຕໍ່ການຮັບຊົມ ຕອນນີ້ທ່ານກໍຈະສາມາດເບິ່ງເຫັນເຖິງວ່າແຕ່ລະລາຍລະອຽດນ້ອຍໆ ໃນສາກ

ເບິ່ງຄວາມມືດແລະຄວາມແຈ້ງໄດ້ໃນທຸກໆສາກ
High Dynamic Range ຊ່ວຍເພີ່ມຊ່ວງລະດັບແສງຂອງໂທລະທັດ ເຮັດໃຫ້ທ່ານສາມາດເພີດເພີນໄປກັບ ສີສັນທີ່ຫຼາກຫຼາຍແລະລາຍລະອຽດພາບທີ່ຄົມຊັດທຸກປະການ ເຖິງວ່າຈະເປັນສາກທີ່ມືດທີ່ສຸດກໍຕາມ

ໂທລະທັດກັບຊາວບາທີ່ປະສານສຽງໄດ້ຢ່າງລົງຕົວ
ໃຫ້ສຽງຈາກໂທລະທັດ ແລະຊາວບາ ທີ່ປະສານກັນໄດ້ຢ່າງລົງຕົວ ດ້ວຍລະບົບ Q Symphony ຊ່ວຍໃຫ້ລຳໂພງຂອງໂທລະທັດແລະຊາວບາເຮັດວຽກຮ່ວມກັນໄດ້ຢ່າງພ້ອມພຽງເພື່ອມອບເອັບເຟັກສຽງທີ່ຮອບທິດທາງ ໄດ້ໂດຍບໍ່ຕ້ອງປິດລຳໂພງຂອງໂທລະທັດ

ເບິ່ງໜ້າຈໍທີ່ກວ້າງຂຶ້ນ ດ້ວຍຂອບທີ່ນ້ອຍລົງ
ອອແບບແບບຂອບນ້ອຍລົງ 3 ດ້ານ ເບິ່ງທັນສະໄໝແລະເບິ່ງມີລະດັບ ດຶງດູດໃຫ້ທ່ານໄດ້ສຳຜັດກັບພາບອັນບໍລິສຸດສູງສຸດ ດ້ວຍຮູບແບບສະໄໝໃໝ່ແລະມາດຕະຖານໃ່ໝ່

ຈັດການສິ່ງທີ່ເກະກະຕາ ເຮັດໃຫ້ເບິ່ງສະອາດຕາ
ດ້ວຍການອອກແບບຈັດລະບຽບຊ່ອງສາຍສຽບຕ່າງໆ ໃຫ້ເປັນລະບຽບທີ່ສຸດ

ເຮັດວຽກແລະຮຽນຮູ້ໄດ້ເວລາຢູ່ບ້ານ PC on TV
ເພີດເພີນໄປກັບທຸກຄວາມເປັນໄປໄດ້ ເຂົ້າໃຊ້ງານ PC, Tablet ແລະໂທລະສັບຂອງທ່ານໄດ້ຢ່າງ່າຍດາຍຜ່ານໂທລະສັບ
ຍີ່ຫໍ້ |
SAMSUNG |
ລຸ້ນ |
UA65AU7002KXXT |
ຮັບປະກັນອະໄຫຼ່ພິເສດ |
1 |
ເລິກ D (cm) |
5.99 |
ລະບົບປະຕິບັດການ |
SMART TV, DIGITAL TV |
ຮອງຮັບເຄືອຂ່າຍ |
Wireless |
ຮັບປະກັນອະໄຫຼ່ທົ່ວໄປ |
1 |
ສີ |
BLACK |
ຄວາມລະອຽດໜ້າຈໍ |
PQI 2000, |
ເທັກໂນໂລຢີຈໍພາບ |
UHD,4K |
ສູງ H (cm) |
83.03 |
ຄວາມຄົມຊັດ |
3840 x 2160 |
ກວ້າງ W (cm) |
144.94 |
ນ້ຳໜັກ (NW) |
9 |
ຂະໜາດ (Inch) |
65 |
ຊ່ອງເຊື່ອມຕໍ່ |
USB 1, HDMI 3 |
ກຳລັງໄຟ (W) |
220 |
ກຳລັງໄຟ (V) |
220 |