ການໃຊ້ຂໍ້ມູນ
ຂໍ້ມູນທີ່ທ່ານເປີດເຜີຍກັບ Odienmall.com ບໍ່ວ່າຈະເປັນຊື່, ອີເມວ, ຂໍ້ມູນທີ່ກ່ຽວກັບການຊື້ສິນຄ້າ ຫຼືການຊຳລະເງິນ ອາດຈະຖືກນຳໄປໃຊ້ໃນການປັບປຸງ ແລະສົ່ງເສີມການໃຫ້ບໍລິການ, ການຕະຫຼາດ, ການພັດບໍລິການຂອງເວັບໄຊ້ນີ້ ເພື່ອຄວາມເພິ່ງພໍໃຈ ແລະປະໂຍດສູງສຸດຂອງໂຕທ່ານເອງ,
ນອກຈາກນີ້ແລ້ວ Odienmall.com ຂໍສະຫງວນສິດທິ ທີ່ຈະນຳຂໍ້ມູນຂອງທ່ານມາໃຊ້ໃນການວິເຄາະຂໍ້ມູນໄດ້ຕະຫຼອດເວລາ
ຄວາມປອດໄພຂອງຂໍ້ມູນ
ຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ໃຫ້ຫຼືໃຊ້ຜ່ານການປະມວນຜົນຂອງເຄື່ອງຄອມພິວເຕີທີ່ຄວບຄຸມການເຮັດວຽກຂອງເວັບໄຊ້ Odienmall.com ທັງໝົດນັ້ນ ທ່ານໄດ້ຍອມຮັບ ແລະຕົກລົງວ່າເປັນສິດຂອງ Odienmall.com ແລະເຖິງຢ່າງໃດກໍ່ຕາມ Odienmall ຮັບປະກັນວ່າຂໍ້ມູນສ່ວນໂຕຂອງທ່ານຈະໄດ້ຮັບການຮັກສາໄວ້ໃຫ້ເປັນຄວາມລັບ
ແລະໄດ້ໃຊ້ມາດຕະຖານຄວາມປອດໄພໃນການຮັກສາຂໍ້ມູນ. ເພື່ອຄວາມປອດໄພຂອງຂໍ້ມູນທ່ານ ທ່ານຕ້ອງປະຕິບັດຕາມຂໍ້ກຳນົດ ແລະເງື່ອນໄຂການໃຫ້ບໍລິການຂອງເວັບໄຊ້ນີ້ ໂດຍເຄ່ງຄັດ.
ການແກ້ໄຂ ປ່ຽນແປງ ແລະ ລົບຂໍ້ມູນ
ທ່ານສາມາດແກ້ໄຂ ປັບປຸງ ປ່ຽນແປງ ຂໍ້ມູນຕ່າງໆ ໃນຂໍ້ມູນສ່ວນໂຕຂອງທ່ານໄດ້ດ້ວຍຕົນເອງ ໂດຍໃຊ້ຊື່ຜູ້ໃຊ້ທີ່ເປັນສະມາຊິກ ແລະລະຫັດຜ່ານທີ່ທ່ານໄດ້ລົງທະບຽນໄວ້ນັ້ນ. ເຊິ່ງຂໍ້ມູນດັ່ງກ່າວມີພຽງແຕ່ທ່ານຜູ້ດຽວທີ່ສາມາດເຂົ້າເຖິງຂໍ້ມູນສ່ວນໂຕຂອງທ່ານໄດ້.